ກ່ອນທີ່ເຈົ້າຈະສົ່ງປລັກອິນ, ພວກເຮົາຂໍໃຫ້ເຈົ້າກວດສອບ ແນວທາງການປະຕິບັດ ແລະ ອ່ານ ຄຳຖາມທີ່ພົບເລື້ອຍ. ຄຳຖາມທົ່ວໄປທີ່ຄັດສັນມາແລ້ວມີໃຫ້ອ່ານຢູ່ທາງລຸ່ມຂອງແບບຟອມນີ���.
ກ່ອນທີ່ທ່ານຈະສາມາດອັບໂຫຼດປລັກອິນໃໝ່, ກະລຸນາເຂົ້າສູ່ລະບົບ.
ເມື່ອສົ່ງແລ້ວ, ປລັກອິນຂອງທ່ານຈະຖືກກວດສອບດ້ວຍມືເພື່ອຊອກຫາຂໍ້ຜິດພາດທົ່ວໄປ ແລະ ເພື່ອຮັບປະກັນວ່າມັນສອດຄ່ອງກັບ ຂໍ້ກຳນົດທັງໝົດ.
ຄຳຖາມທີ່ຖືກຖາມເລື້ອຍໆ
ຂະບວນການກວດສອບຈະໃຊ້ເວລາດົນປານໃດ?
ຂໍ້ມູນນີ້ຢູ່ໃນ ຄຳຖາມທີ່ຖືກຖາມເລື້ອຍໆສຳລັບນັກພັດທະນາ. ມັນໃຊ້ເວລາປະມານ 1 ຫາ 10 ວັນ. ພວກເຮົາພະຍາຍາມກວດສອບປລັກອິນທັງ���ົດພາຍໃນ 5 ວັນເຮັດວຽກຫຼັງຈາກການສົ່ງ, ແຕ່ຂະບວນການອາດໃຊ້ເວລາດົນກວ່ານັ້ນ ຂຶ້ນກັບຄວາມຊັບຊ້ອນຂອງປລັກອິນຂອງທ່ານ.
ຂ້ອຍຈະເລັ່ງການກວດສອບປລັກອິນຂອງຂ້ອຍໄດ້ແນວໃດ?
ການກວດສອບປລັກອິນຂອງເຈົ້າບໍ່ສາມາດໃຫ້ບຸລິມະສິດເໜືອກວ່າຄົນອື່ນໄດ້, ເພື່ອຊ່ວຍໃຫ້ພວກເຮົາອະນຸມັດປລັກອິນຂອງເຈົ້າໄດ້ໄວຂຶ້ນ ກະລຸນາຮັບປະກັນວ່າເຈົ້າໄດ້ອ່ານ ບົດຄວາມຄວາມປອດໄພ ໃນຄູ່ມືປລັກອິນແລ້ວ.
ສາມເຫດຜົນທີ່ພົບເລື້ອຍທີ່ສຸດທີ່ພວກເຮົາບໍ່ອະນຸມັດປລັກອິນແມ່ນ:
- ປລັກອິນມີການສະແດງຜົນທີ່ບໍ່ໄດ້ຜ່ານການ Escaped: ຮຽນຮູ້ກ່ຽວກັບການ Escape ຂໍ້ມູນ
- ປລັກອິນຮັບຂໍ້ມູນທີ່ບໍ່ໄດ້ຜ່ານການກວດສອບຄວາມສະອາດ (Unsanitized): ຮຽນຮູ້ກ່ຽວກັບການທຳຄວາມສະອາດຂໍ້ມູນ
- ປລັກອິນປະມວນຜົນຂໍ້ມູນແບບຟອມໂດຍບໍ່ມີ Nonce: ຮຽນຮູ້ກ່ຽວກັບ Nonces
ຖ້າລະຫັດໃນປລັກອິນຂອງເຈົ້າຕົກຢູ່ໃນໝວດໝູ່ໃດໜຶ່ງຂ້າງເທິງ, ປລັກອິນຂອງເຈົ້າຈະບໍ່ໄດ້ຮັບການອະນຸມັດ. ທີມງານປລັກອິນຈະສົ່ງເຈົ້າກັບໄປອ່ານໜ້າຄູ່ມືເຫຼົ່ານີ້ ເຊິ່ງຈະເຮັດໃຫ້ຂັ້ນຕອນການກວດສອບຊັກຊ້າລົງ.
URL ປລັກອິນຂອງຂ້ອຍຈະເປັນແນວໃດ?
URL ຂອງປລັກອິນຂອງທ່ານຈະຖືກສ້າງຂຶ້ນໂດຍອີງຕາມຄ່າຂອງ Plugin Name ໃນໄຟລ໌ປລັກອິນຫຼັກຂອງທ່ານ (ໄຟລ໌ທີ່ມີຫົວຂໍ້ປລັກອິນ). ຕົວຢ່າງ: ຖ້າທ່ານຕັ້ງຊື່ເປັນ Plugin Name: Boaty McBoatface, URL ຂອງທ່ານຈະເປັນ https://wordpress.org/plugins/boaty-mcboatface ແລະ ສະລັກຂອງທ່ານຈະເປັນ boaty-mcboatface. ຖ້າມີປລັກອິນທີ່ມີຊື່ນີ້ຢູ່ແລ້ວ, ທ່ານຈະໄດ້ຮັບຊື່ເປັນ boaty-mcboatface-2 ແລະ ຕໍ່ໆໄປ. ມັນເຮັດວຽກຄືກັນກັບຊື່ໂພສ (post names) ຂອງ WordPress.
ເມື່ອປລັກອິນຂອງທ່ານໄດ້ຮັບການອະນຸມັດແລ້ວ, ມັນ ບໍ່ສາມາດ ປ່ຽນຊື່ໄດ້.
ຂ້ອຍໃສ່ຊື່ປລັກອິນຜິດ, ຂ້ອຍຄວນອັບເດດມັນບໍ່?
ມັນຂຶ້ນກັບວ່າເຈົ້າຕ້ອງການປ່ຽນແປງຫຍັງ. ຖ້າເຈົ້າຕ້ອງການປ່ຽນ ຊື່��ີ່ສະແດງ ຂອງປລັກອິນ ເຈົ້າສາມາດອັບເດດໄຟລ໌ປລັກອິນໃນໜ້ານີ້ໄດ້ເລີຍ. ຖ້າສິ່ງທີ່ເຈົ້າຕ້ອງການປ່ຽນແມ່ນ ຖາວອນລິ້ງ / ສະລັກ (Slug) ເຈົ້າສາມາດປ່ຽນໄດ້ ໜຶ່ງຄັ້ງ ກ່ອນທີ່ພວກເຮົາຈະເລີ່ມການກວດສອບ (ຖ້າປ່ຽນໄດ້ ເຈົ້າຈະເຫັນລິ້ງໃຫ້ປ່ຽນໃນໜ້ານີ້). ຖ້າເຮັດບໍ່ໄດ້, ເຈົ້າຕ້ອງຕິດຕໍ່ພວກເຮົາທີ່ plugins@wordpress.org, ພວກເຮົາສາມາດປ່ຽນໃຫ້ໄດ້ຕາບໃດທີ່ປລັກອິນຍັງບໍ່ທັນໄດ້ຮັບການອະນຸມັດ.
ເປັນຫຍັງຂ້ອຍຈຶ່ງບໍ່ສາມາດສົ່ງປລັກອິນທີ່ມີຊື່ສະແດງບາງຊື່ໄດ້?
ຊື່ປລັກອິນບາງຊື່ແມ່ນຖືກຫ້າມເນື່ອງຈາກການລະເມີດເຄື່ອງໝາຍການຄ້າ. ໃນທຳນອງດຽວກັນ, ພວກເຮົາປ້ອງກັນການໃຊ້ຊື່ເຫຼົ່ານັ້ນໃນສະລັກ (slug) ຂອງປລັກອິນທັງໝົດເພື່ອຄວາມປອດໄພຂອງທ່ານ.