ທ່ານມີປລັກອິນໃໝ່ທີ່ໜ້າສົນໃຈ ແລະ ຢາກໃຫ້ເປັນທີ່ຮູ້ຈັກ. ທ່ານມາຖືກບ່ອນແລ້ວ. ພຽງແຕ່ ຮ້ອງຂໍໃຫ້ພວກເຮົາໂຮສໃຫ້ທ່ານ. ທ່ານຈະສາມາດ:
- ຕິດຕາມເບິ່ງວ່າມີຈຳນວນຄົນດາວໂຫຼດໄປແລ້ວເທົ່າໃດ.
- ໃຫ້ຜູ້ຄົນສາມາດສະແດງຄວາມຄິດເຫັນກ່ຽວກັບປລັກອິນຂອງທ່ານ.
- ໃຫ້ປລັກອິນຂອງທ່ານໄດ້ຮັບການໃຫ້ຄະແນນທຽບກັບປລັກອິນ WordPress ອື່ນໆ.
- ເຮັດໃຫ້ປລັກອິນຂອງທ່ານເປັນທີ່ຮູ້ຈັກຫຼາຍຂຶ້ນໃນຄັງເກັບສູນກາງນີ້.
ມີຂໍ້ຈຳກັດບາງຢ່າງ
- ປລັກອິນຂອງທ່ານຕ້ອງຮອງຮັບກັບ GNU General Public License v2, ຫຼື ເວີຊັນທີ່ໃໝ່ກວ່າ. ພວກເຮົາແນະນຳຢ່າງຍິ່ງໃຫ້ໃຊ້ສັນຍາອະນຸຍາດດຽວກັນກັບ WordPress — “GPLv2 ຫຼື ໃໝ່ກວ່າ.”
- ປລັກອິນຕ້ອງບໍ່ເຮັດສິ່ງໃດທີ່ຜິດກົດໝາຍ ຫຼື ຂັດຕໍ່ສິນລະທຳ (ເຊິ່ງພວກເຮົາຮູ້ວ່າມັນເປັນເລື່ອງທີ່ຕັດສິນໄດ້ຍາກ).
- ທ່ານຕ້ອງໃຊ້ຄັງເກັບ Subversion ທີ່ພວກເຮົາໃຫ້ ເພື່ອໃຫ້ປລັກອິນຂອງທ່ານສະແດງຢູ່ໃນເວັບໄຊນີ້. ຄັງເກັບປລັກອິນ WordPress ແມ່ນເວັບໄຊສຳລັບໂຮສຕິ້ງ (hosting), ບໍ່ແມ່ນເວັບໄຊສຳລັບລົງລາຍຊື່ (listing) ຢ່າງດຽວ.
- ປລັກອິນຕ້ອງບໍ່ໃສ່ລິ້ງພາຍນອກໃນເວັບໄຊສາທາລະນະ (ເຊັ່ນລິ້ງ “powered by”) ໂດຍ��ໍ່ໄດ້ຂໍອະນຸຍາດຈາກຜູ້ໃຊ້ຢ່າງຊັດເຈນ.
- ປລັກອິນຂອງທ່ານຕ້ອງປະຕິບັດຕາມ ຂໍ້ກຳນົດຢ່າງລະອຽດ ຂອງພວກເຮົາ, ເຊິ່ງລວມເຖິງການບໍ່ເປັນສະແປມ ແລະ ບໍ່ລະເມີດລະບົບ.
ການສົ່ງຜົນງານແມ່ນງ່າຍດາຍ
- ລົງທະບຽນ ບັນຊີໃນ WordPress.org.
- ສົ່ງປລັກອິນຂອງທ່ານເພື່ອຮັບການກວດສອບ.
- ຫຼັງຈາກປລັກອິນຂອງທ່ານຖືກ ກວດສອບດ້ວຍມື ແລ້ວ, ມັນຈະໄດ້ຮັບການອະນຸມັດ ຫຼື ທ່ານຈະໄດ້ຮັບອີເມວເພື່ອຂໍຂໍ້ມູນເພີ່ມເຕີມ ແລະ/ຫຼື ຂໍໃຫ້ແກ້ໄຂ.
- ເມື່ອໄດ້ຮັບການອະນຸມັດແລ້ວ, ທ່ານຈະໄດ້ຮັບສິດເຂົ້າເຖິງ ຄັງເກັບ Subversion (SVN) ເຊິ່ງເປັນບ່ອນທີ່ທ່ານຈະໃຊ້ເກັບປລັກອິນຂອງທ່ານ.
- ຫຼັງຈາກທີ່ທ່ານອັບໂຫຼດປລັກອິນ (ແລະ ໄຟລ໌ readme!) ເຂົ້າໄປໃນຄັງເກັບນັ້ນບໍ່ດົນ, ມັນຈະຖືກສະແດງໂດຍອັດຕະໂນມັດໃນ ຕົວທ່ອງປລັກອິນ.
- ກວດເບິ່ງ ຄຳຖາມທີ່ຖືກຖາມເລື້ອຍໆ ສຳລັບຂໍ້ມູນເພີ່ມເຕີມ.
ໄຟລ໌ Readme
ເພື່ອເຮັດໃຫ້ຂໍ້ມູນປລັກອິນຂອງທ່ານມີປະໂຫຍດທີ່ສຸດ, ແຕ່ລະປລັກອິນຄວນມີໄຟລ໌ readme ທີ່ຊື່ວ່າ readme.txt ເຊິ່ງສອດຄ່ອງກັບ ມາດຕະຖານໄຟລ໌ readme ຂອງປລັກອິນ WordPress. ທ່ານສາມາດນຳໄຟລ໌ readme ຂອງທ່ານໄປກວດສອບຜ່ານ ເຄື່ອງມືກວດສອບ readme ໄດ້.