ກ່ຽວກັບ

ຂໍ້ກຳນົດຂອງລະບົບ

ຂໍ້ກຳນົດຂອງລະບົບ

ເພື່ອໃຊ້ WordPress, ແນະນຳໃຫ້ໂຮສຂອງທ່ານຮອງຮັບ:

  • PHP ເວີຊັນ 8.3 ຫຼື ໃໝ່ກວ່າ.
  • MariaDB ເວີຊັນ 10.6 ຫຼື ສ��ງກວ່າ ຫຼື MySQL ເວີຊັນ 8.0 ຫຼື ສູງກວ່າ.
  • ການຮອງຮັບ HTTPS.

ມີພຽງເທົ່ານັ້ນ. ແນະນຳໃຫ້ໃຊ້ Apache ຫຼື Nginx ເພາະເປັນເຊີເວີທີ່ມີປະສິດທິພາບ ແລະ ມີຄຸນສົມບັດຄົບຖ້ວນທີ່ສຸດສຳລັບ WordPress, ແຕ່ເຊີເວີໃດກໍຕາມທີ່ຮອງຮັບ PHP ແລະ MySQL ກໍສາມາດໃຊ້ໄດ້. ທັງນີ້, ເພື່ອປະສົບການທີ່ດີທີ່ສຸດໃນການຕິດຕັ້ງ ແລະ ໃຊ້ງານ, ຜູ້ໃຫ້ບໍລິການແຕ່ລະລາຍໃນໜ້າໂຮສຕິງ ແມ່ນຮອງຮັບສິ່ງຂ້າງເທິງ ແລະ ອື່ນໆໄດ້ໂດຍບໍ່ມີບັນຫາ.

ສຳລັບຄຳແນະນຳລະອຽດກ່ຽວກັບສ່ວນເສີມ PHP, ກະລຸນາເບິ່ງ ຄູ່ມືໂຮສຕິງ.

ໝາຍເຫດ: ຖ້າທ່ານຢູ່ໃນສະພາບແວດລ້ອມເກົ່າທີ່ມີພຽງແຕ່ເວີຊັນ PHP ຫຼື MySQL ລຸ້ນເກົ່າ, WordPress ຍັງສາມາດເຮັດວຽກຮ່ວມກັບ PHP 7.2.24+ ແລະ MySQL 5.5.5+ ໄດ້. ແນວໃດກໍຕາມ, ເວີຊັນເຫຼົ່ານີ້ໄດ້ສິ້ນສຸດການສະໜັບສະໜູນຢ່າງເປັນທາງການແລ້ວ ແລະ ອາດຈະເຮັດໃຫ້ເວັບໄຊຂອງທ່ານມີຄວາມສ່ຽງດ້ານຄວາມປອດໄພ.

ສອບຖາມໂຮສຂອງທ່ານກ່ຽວກັບການໃຊ້ WordPress

ຫາກທ່ານບໍ່ແນ່ໃຈວ່າໂຮສຂອງທ່ານສາມາດໃຊ້ WordPress ໄດ້ຫຼືບໍ່, ນີ້ແມ່ນຂໍ້ຄວາມທີ່ທ່ານສາມາດກັອບປີ້ ແລະ ວາງເພື່ອສົ່ງໃຫ້ເຂົາເຈົ້າໄດ້!

I’m interested in running the open source WordPress <https://wordpress.org/> web software, and I was wondering if my account supported the following:

  • PHP 8.3 ຫຼື ໃໝ່ກວ່າ
  • MariaDB ເວີຊັນ 10.6 ຫຼື ສູງກວ່າ ຫຼື MySQL ເວີຊັນ 8.0 ຫຼື ສູງກວ່າ
  • Nginx ຫຼື Apache ພ້ອມກັບໂມດູນ mod_rewrite
  • ການຮອງຮັບ HTTPS

ຂອບໃຈ!

ບໍ່ໄດ້ບັງຄັບ, ແຕ່ແນະນຳເພື່ອຄວາມປອດໄພທີ່ດີກວ່າ

ໂຮສຕິງຈະມີຄວາມປອດໄພຫຼາຍຂຶ້ນເມື່ອແອັບພລິເຄຊັນ PHP ເຊັ່ນ WordPress ຖືກໃຊ້ງານໂດຍຊື່ຜູ້ໃຊ້ຂອງບັນຊີທ່ານ ແທນທີ່ຈະໃຊ້ຊື່ຜູ້ໃຊ້ຮ່ວມເລີ່ມຕົ້ນຂອງເຊີເວີ. ໃຫ້ສອບຖາມຜູ້ໃຫ້ບໍລິການໂຮສຕິງຂອງທ່ານກ່ຽວກັບຂັ້ນຕອນທີ່ເຂົາເຈົ້າໃຊ້ເພື່ອຮັກສາຄວາມປອດໄພໃຫ້ກັບບັນຊີຂອງທ່ານ.