ກ່ຽວກັບ

ພັນທະກິດຂອງພວກເຮົາ:

ເຮັດໃຫ້ການເຜີຍແຜ່ ເປັນປະຊາທິປະໄຕ

ເສລີພາບໃນການສ້າງ. ເສລີພາບໃນການປ່ຽນແປງ. ເສລີພາບໃນການ ແບ່ງປັນ.

ເລື່ອງລາວຂອງພວກເຮົາ

WordPress ເລີ່ມຕົ້ນໃນປີ 2003 ເມື່ອ Mike Little ແລະ Matt Mullenweg ໄດ້ສ້າງເວີຊັນແຍກ (Fork) ຈາກ b2/cafelog. ຄວາມຕ້ອງການລະບົບການເຜີຍແຜ່ສ່ວນບຸກຄົນທີ່ສວຍງາມ ແລະ ມີໂຄງສ້າງທີ່ດີແມ່ນມີຄວາມຊັດເຈນຕັ້ງແຕ່ຕອນນັ້ນ. ໃນປັດຈຸບັນ, WordPress ຖືກສ້າງຂຶ້ນດ້ວຍ PHP ແລະ MySQL, ແລະ ພາຍໃຕ້ສັນຍາອະນຸຍາດ GPLv2. ນອກຈາກນີ້ ມັນຍັງເປັນແພລັດຟອມທີ່ໄດ້ຮັບຄວາມນິຍົມສູງສຸດ ເຊິ່ງມີເວັບໄຊກວ່າ 43% ທົ່ວໂລກເລືອກໃຊ້.

ໂຄງການໂອເພນຊອດ WordPress ໄດ້ມີວິວັດທະນາການຢ່າງຕໍ່ເນື່ອງ ໂດຍໄດ້ຮັບການສະໜັບສະໜູນຈາກນັກພັດທະນາ, ນັກອອກແບບ, ນັກວິທະຍາສາດ, ບລັອກເກີ ແລະ ຜູ້ຊ່ຽວຊານດ້ານອື່ນໆ. WordPress ມອບໂອກາດໃຫ້ທຸກຄົນໃນການສ້າງສັນ ແລະ ແບ່ງປັນ, ຕັ້ງແຕ່ເລື່ອງລາວສ່ວນຕົວໄປຈົນເຖິງການເຄື່ອນໄຫວທີ່ປ່ຽນແປງໂລກ.

ຜູ້ທີ່ມີປະສົບການດ້ານເຕັກໂນໂລຊີຈຳກັດກໍສາມາດນຳໃຊ້ມັນໄດ້ທັນທີ, ແລະ ຜູ້ທີ່ມີຄວາມຊ່ຽວຊານກໍສາມາດປັບແຕ່ງມັນໄດ້ໃນຮູບແບບທີ່ໜ້າສົນໃຈ.

ພັນທະກິດຂອງພວກເຮົາ

WordPress ຖືກອອກແບບມາເພື່ອທຸກຄົນ.

ພວກເຮົາເຊື່ອວ່າຊອບແວທີ່ດີຄວນເຮັດວຽກໄດ້ໂດຍການຕັ້ງຄ່າໜ້ອຍທີ່ສຸດ, ໂດຍເນັ້ນໃສ່ການເຂົ້າເຖິງ, ປະສິດທິພາບ, ຄວາມປອດໄພ ແລະ ຄວາມງ່າຍໃນການນຳໃຊ້. ຊອບແວພື້ນຖານຂອງ WordPress ແມ່ນລຽບງ່າຍ ແລະ ຄາດການໄດ້, ພ້ອມທັງມີຄຸນສົມບັດທີ່ມີປະສິດທິພາບເພື່ອການເຕີບໂຕ ແລະ ຄວາມສຳເລັດ.

WordPress ແມ່ນຊອບແວໂອເພນຊອດ (Open Source).

ເພື່ອສະໜັບສະໜູນແນວຄິດການເຮັດໃຫ້ການເຜີຍແຜ່ເປັນປະຊາທິປະໄຕ ແລະ ເສລີພາບທີ່ມານຳໂອເພນຊອດ, ຈຶ່ງມີຊຸມຊົນຂະໜາດໃຫຍ່ທີ່ຮ່ວມມື ແລະ ປະກອບສ່ວນເຂົ້າໃນໂຄງການນີ້.

WordPress ເປັນມິດ ແລະ ເປີດຮັບທຸກຄົນ.

ຄວາມມຸ່ງໝັ້ນຂອງຜູ້ປະກອບສ່ວນຂອງພວກເຮົາແມ່ນແຮງຂັບເຄື່ອນໃຫ້ WordPress ປະສົບຜົນສຳເລັດ ເຊິ່ງຊ່ວຍໃຫ້ທ່ານບັນລຸເປົ້າໝາຍຂອງທ່ານ. ຜູ້ປະກອບສ່ວນ WordPress ເຮັດວຽກຢູ່ທົ່ວທຸກມຸມໂລກ ແລະ ໄດ້ເສຍສະຫຼະເວລາຫຼາຍຊົ່ວໂມງເພື່ອສ້າງເຄື່ອງມືທີ່ຊ່ວຍໃຫ້ທຸກຄົນມີສິດມີສຽງ.

ເສລີພາບສີ່ປະການ

WordPress ໄດ້ຮັບອະນຸຍາດພາຍໃຕ້ ໃບອະນຸຍາດສາທາລະນະທົ່ວໄປ (GPLv2 ຫຼື ໃໝ່ກວ່າ) ເຊິ່ງມອບເສລີພາບຫຼັກສີ່ປະການ:

0

ເສລີພາບໃນການສັ່ງໃຫ້ໂປຣແກຣມເຮັດວຽກເພື່ອຈຸດປະສົງໃດໆກໍຕາມ.

1

ເສລີພາບໃນການສຶກສາການເຮັດວຽກຂອງໂປຣແກຣມ ແລະ ປັບປ່ຽນມັນໃຫ້ເຮັດວຽກຕາມທີ່ທ່ານຕ້ອງການ.

2

ເສລີພາບໃນການແຈກຢາຍຕໍ່.

3

ເສລີພາບໃນການແຈກຢາຍສຳເນົາຂອງເວີຊັນທີ່ທ່ານໄດ້ດັດແກ້ໃຫ້ແກ່ຜູ້ອື່ນ.

ລາຍລະອຽດ

ເຈາະລຶກລາຍລະອຽດເບື້ອງຫຼັງ ເຊັ່ນ GPL ແລະ ນະໂຍບາຍອື່ນໆ.

ບຸກຄະລາກອນ

ຮຽນຮູ້ກ່ຽວກັບຊຸມຊົນ, ການຢູ່ຮ່ວມກັນ ແລະ ການສະແດງອອກເຖິງຄວາມພາກພູມໃຈຂອງພວກເຮົາ.