ຊອດໂຄ້ດ (Source Code)

ຫາກທ່ານຕ້ອງການເບິ່ງຊອດໂຄ້ດ WordPress ແລະ ຄູ່ມືພາຍໃນໂຄ້ດ, ມີ ບ່ອນອ້າງອີງສຳລັບຜູ້ພັດທະນາ ແລະ ບຣາວເຊີເບິ່ງໂຄ້ດ ທີ່ສະດວກສະບາຍ. ທ່ານຍັງສາມາດຊອກຫາຄູ່ມືສຳລັບ ການປະກອບສ່ວນດ້ວຍ Subversion ແລະ ການປະກອບສ່ວນດ້ວຍ Git.

ຊອດໂຄ້ດ WordPress ທີ່ສ້າງສຳເລັດແລ້ວ, ເຊິ່ງຢູ່ພາຍໃຕ້ ໃບອະນຸຍາດ GNU General Public License ເວີຊັນ 2 (ຫຼື ໃໝ່ກວ່າ), ສາມາດ ເບິ່ງອອນລາຍ ຫຼື ດຶງມາໄວ້ໃນເຄື່ອງດ້ວຍ Subversion ຫຼື Git:

  • Subversion: https://core.svn.wordpress.org/
  • Git mirror: git://core.git.wordpress.org/

WordPress ບີບອັດໄຟລ໌ JavaScript ຫຼັກໂດຍໃຊ້ UglifyJS ແລະ CSS ໂດຍໃຊ້ clean-css ຜ່ານ Grunt. ຊອດໂຄ້ດສຳລັບການພັດທະນາເຊິ່ງລວມມີໄຟລ໌ເວີຊັນທີ່ບໍ່ໄດ້ບີບອັດ ພ້ອມທັງບິລສະຄຣິບ (build scripts) ສາມາດ ເບິ່ງອອນລາຍ ຫຼື ດຶງມາໄວ້ໃນເຄື່ອງດ້ວຍ Subversion ຫຼື Git:

  • Subversion: https://develop.svn.wordpress.org/
  • Git mirror: git://develop.git.wordpress.org/

ຊອດໂຄ້ດ (source code) ສຳລັບໄຟລ໌ໂປຣແກຣມ ຫຼື ສະຄຣິບພາຍນອກທີ່ຖືກບີບອັດເຊິ່ງລວມຢູ່ໃນ WordPress ສາມາດຂໍຮັບໄດ້ຟຣີຈາກ ຄັງເກັບຂໍ້ມູນ (repository) ຂອງພວກເຮົາ.